ຜູ້ປະກອບການທຸລະກິດຂອງລາວ ໄດ້ຍິ້ມໄປຕາມໆກັນພາຍຫຼັງທີ່ກົດໝາຍ ວ່າດ້ວຍການຕອບໂຕ້ການທຸ່ມຕະຫຼາດ ແລະ ການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ເຊິ່ງສະມາຊິກສະພາແຫ່ງຊາດໄດ້ຮັບຮອງເປັນທີ່ຮຽບຮ້ອຍ ພາຍຫຼັງປະກາດໃຊ້ກົດໝາຍດັ່ງກ່າວ ສິນຄ້າທີ່ຜະລິດພາຍໃນ ແລະ ສິນຄ້າທີ່ນໍາເຂົ້າຈາກຕ່າງປະເທດ ( ຊະນິດດຽວກັນ ) ລາຄາຈະໃກ້ຄຽງກັນ ຜູ້ປະກອບການລາວກໍສາມາດແຂ່ງຂັນໄດ້.
ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 14 ມິຖຸນາ 2019 ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຂຶ້ນນຳສະເໜີຮ່າງກົດໝາຍ ວ່າດ້ວຍການຕອບໂຕ້ການທຸ່ມຕະຫຼາດ ແລະ ການຊ່ວຍໜູນປະເທດຜູ້ສົ່ງອອກ ເຊິ່ງກົດໝາຍນີ້ມີຄວາມຈຳເປັນພາຍໃຕ້ເງື່ອນໄຂການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ກໍຄືການເປີດກວ້າງເສລີທາງດ້ານການຄ້າ, ສະພາບແວດລ້ອມໃນການດຳເນີີນທຸລະກິດ ແມ່ນມີການແຂ່ງຂັນນັບມື້ສູງຂຶ້ນ. ໃນນີ້, ຜູ້ສົ່ງອອກ ຫຼື ລັດຖະບານຂອງປະເທດຜູ້ສົ່ງອອກອາດຈະນຳໃຊ້ມາດຕະການສົ່ງເສີມການຄ້າ ທີ່ເຮັດໃຫ້ເກີດການແຂ່ງຂັນທີ່ບໍ່ເປັນທຳ ເຊັ່ນ: ການທຸ່ມຕະຫຼາດ ຫຼື ມີການຊ່ວຍໜູນຈາກລັດຖະບານຂອງປະເທດຜູ້ສົ່ງອອກ ເຊິ່ງເຮັດໃຫ້ເກີດການບິດເບືອນທາງດ້ານລາຄາຕົວຈິງຂອງສິນຄ້າ ເພື່ອ ຄວາມໄດ້ປຽບໃນການແຂ່ງຂັນ, ຜົນກະທົບຕາມມາ ແມ່ນຈະສ້າງຄວາມເສຍຫາຍຕໍ່ຜູ້ຜະລິດພາຍໃນຂອງປະເທດຜູ້ນຳເຂົ້າຄື ເຮັດໃຫ້ສິນຄ້າພາຍໃນຖືກກົດລາຄາໃຫ້ຕ່ຳລົງ, ສ່ວນແບ່ງຕະຫຼາດຫຼຸດລົງເຮັດໃຫ້ຜົນຜະລິດ, ຜະລິດຕະພາບ, ການຈ້າງງານ, ອັດຕາການຈະເລີນເຕີບໂຕຂອງຜູ້ຜະລິດສິນຄ້າພາຍໃນຫຼຸດລົງເຊັ່ນກັນ ແລະ ໃນທີ່ສຸດກໍລົ້ມລະລາຍ.
ຕໍ່ກັບບັນຫາດັ່ງກ່າວ ອົງການການຄ້າໂລກ ແມ່ນອະນຸຍາດໃຫ້ສະມາຊິກຂອງຕົນສາມາດນຳໃຊ້ມາດຕະການຕອບໂຕ້ການທຸ່ມຕະຫຼາດ ແລະ ການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ເພື່ອປົກປ້ອງຜູ້ຜະລິດພາຍໃນທີ່ໄດ້ຮັບຄວາມເສຍຫາຍຈາກການຄ້າທີ່ບໍ່ເປັນທຳດັ່ງກ່າວ ດ້ວຍການນຳໃຊ້ມາດຕະການຂຶ້ນພາສີນຳເຂົ້າສິນຄ້ານັ້ນ ໃນໄລຍະ 5 ປີ ແລະ ສາມາດສະເໜີສືບຕໍ່ນຳໃຊ້ພາຍຫຼັງມີການທົບທວນຄືນ ໂດຍແນໃສ່ແກ້ໄຂ ຄວາມເສຍຫາຍທີ່ເກີດຂຶ້ນ ແລະ ເຮັດໃຫ້ຜູ້ຜະລິດສິນຄ້າພາຍໃນສາມາດສືບຕໍ່ການເຄື່ອນໄຫວທຸລະກິດ, ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວ.
ທ່ານລັດຖະມົນຕີ ກ່າວວ່າ: ສຳລັບໂຄງປະກອບ ແລະ ເນື້ອໃນຕົ້ນຕໍຂອງຮ່າງກົດໝາຍ ວ່າດ້ວຍການຕອບໂຕ້ ການທຸ່ມຕະຫຼາດ ແລະ ການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ປະກອບດ້ວຍ 9 ພາກ, 9 ໝວດ ແລະ 69 ມາດຕາ. ພາກທີ I ວ່າດ້ວຍໝວດທົ່ວໄປ, ພາກທີ II ຮູບແບບການທຸ່ມຕະຫຼາດ ແລະ ການຊ່ວຍໜູນຂອງປະເທດຜູ້ສົ່ງອອກ, ພາກທີ III ການກໍານົດຄວາມເສຍຫາຍຂອງຜູ້ຜະລິດສິນຄ້າພາຍໃນ, ພາກທີ IV ການສືບຫາຂໍ້ມູນ ແລະ ເຈົ້າໜ້າທີ່ສືບຫາຂໍ້ມູນ, ພາກທີ V ມາດຕະການຕອບໂຕ້ການທຸ່ມຕະຫຼາດ ແລະ ການຊ່ວຍໜູນຂອງປະເທດຜູ້ສົ່ງອອກ, ພາກທີ VI ຂໍ້ຫ້າມ, ພາກທີ VII ການຄຸ້ມຄອງ ແລະ ກວດກາ, ພາກທີ VIII ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ແລະ ພາກທີ IX ບົດບັນຍັດສຸດທ້າຍ.
ຄາດຄະເນຜົນທີ່ຈະໄດ້ຮັບພາຍຫຼັງກົດໝາຍຖືກຮັບຮອງ ແລະ ປະກາດໃຊ້ ສປປ ລາວ ຈະໄດ້ຮັບຜົນປະໂຫຍດ ຄື: 1). ເຮັດໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ມີຄວາມເຊື່ອໝັ້ນໃນການດຳເນີນທຸລະກິດຫຼາຍຂຶ້ນ ດ້ວຍການຊ່ວຍເຫຼືອ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຜະລິດສິນຄ້າພາຍໃນ ໂດຍສະເພາະທຸລະກິດ SME ທີ່ີມີຄວາມສາມາດໃນການຜະລິດ ແລະ ການແຂ່ງຍັງບໍ່ສູງ; 2). ສົ່ງເສີມທຸລະກິດເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ສະພາບແວດລ້ອມໃນການແຂ່ງຂັນທຸລະກິດທີ່ເປັນທຳ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງຊາດ; 3). ຈະເປັນປະໂຫຍດໃຫ້ແກ່ການຮັກສາສະຖຽນລະພາບທາງດ້ານເສດຖະກິດໂດຍລວມ ເຮັດໃຫ້ໜໍ່ແໜງການຜະລິດພາຍໃນມີການຂະຫຍາຍຕົວ; 4). ຈະເປັນບ່ອນອີງສຳຄັນ ເພື່ອຮັບປະກັນສິດຜົນປະໂຫຍດດ້ານເສດຖະກິດ – ສັງຄົມ ແລະ ການດຳເນີນທຸລະກິດພາຍໃນ ສປປ ລາວ ໃຫ້ມີປະສິດທິພາບທາງດ້ານເສດຖະກິດ ແລະ ມີ ຄວາມສາມາດໃນການແຂ່ງຂັນກັບບັນດາປະເທດໃນພາກພື້ນ ແລະ ສາກົນ ພາຍໃຕ້ການປະຕິບັດກະຕິກາການຄ້າລະຫວ່າງປະເທດ ແລະ 5). ຈະເປັນເຄື່ອງມືອັນສຳຄັນຂອງລັດຖະບານໃນການຕອບໂຕ້ຕໍ່ກັບການຄ້າທີ່ບໍ່ເປັນທຳຈາກການທຸ່ມຕະຫຼາດ ແລະ ການຊ່ວຍໜູນຂອງປະເທດຜູ້ສົ່ງອອກ
ດ້ານສະມາຊິກສະພາແຫ່ງຊາດຕ່າງກໍໄດ້ປະກອບຄຳຄິດເຫັນໃສ່ຮ່າງກົດໝາຍດັ່ງກ່າວ ເພື່ອເຮັດໃຫ້ເນື້ອໃນມີຄວາມຄົບຖ້ວນ ແລະ ສົມບູນ ເຊິ່ງສຽງສ່ວນໃຫຍ່ກໍໄດ້ຊົມເຊີຍຕໍ່ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ຮ່າງກົດໝາຍສະບັບນີ້ຂຶ້ນມາ ແຕ່ໃນຊື່ຂອງກົດໝາຍຍັງຍາວ, ການຂຽນ, ການໃຊ້ຄຳສັບຍັງມີລັກສະນະໃຊ້ສັບວິຊາການຫຼາຍ ເຮັດໃຫ້ເຂົ້າໃຈຍາກ ແລະ ມີບາງມາດຕາຄ້າຍຄືກັນ.
( ຂ່າວ: ສັນຕິ, ຮູບ: ສຸກສະຫວັນ )