ເມືອງມຸມໄບ ປະເທດອິນເດຍ ຝົນຕົກໜັກຕໍ່ເນື່ອງ ເສຍຊີວິດແລ້ວ 30 ຄົນ

90

ຝົນທີ່ຕົກລົງມາຢ່າງໜັກຕໍ່ເນື່ອງ ຕັ້ງແຕ່ຕົ້ນອາທິດນີ້ ທີ່ເມືອງມຸມໄບ ໜຶ່ງໃນເມືອງໃຫຍ່ຂອງອິນເດຍ ສົ່ງຜົນໃຫ້ເກີດນ້ໍາຖ້ວມຂັງສູງໃນຫລາຍພື້ນທີ່ ແລະ ມີຜູ້ເສຍຊີວິດເກືອບ 30 ຄົນແລ້ວ.

ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງມຸມໄບ ປະເທດອິນເດຍ ເມື່ອວັນອັງຄານ ທີ 2 ກໍລະກົດ ວ່າ ອິດທິພົນຂອງພາຍຸມໍລະສຸມຮຸນແຮງຕໍ່ເນື່ອງຕິດຕໍ່ກັນ 2 ວັນ ສົ່ງຜົນໃຫ້ກໍາແພງໃນເຂດຊຸມຊົນແອອັດແຫ່ງໜຶ່ງ ໃນເມືອງມຸມໄບ ເມືອງເອກຂອງລັດມະຫາຣາດ ແຄມຝັ່ງ ທາງພາກຕາເວັນຕົກຕອນກາງຂອງປະເທດ ເປ້ເພຖະຫຼົ່ມລົງມາ ເມື່ອໄລຍະເຊົ້າມືດຂອງວັນອັງຄານ ຕາມເວລາທ້ອງຖິ່ນ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 18 ຄົນ ແລະ ໄດ້ຮັບບາດ ປະມານ 70 ຄົນ ຂະນະດຽວກັນ ໃນເຂດຊານເມືອງມຸມໄບມີຜູ້ເສຍຊີວິດຈາກເຫດກໍາແພງແຕກເພຖະຫຼົ່ມ ຢ່າງໜ້ອຍ 3 ຄົນ ແລະ ທີ່ເມືອງປູເນ ເຊິ່ງເປັນເມືອງໃຫຍ່ອັນດັບ 2 ຂອງລັດມະຫາຣາດ ມີຜູ້ເສຍຊີວິດຈາກເຫດການແບບດຽວກັນອີກຢ່າງນ້ອຍ 6 ຄົນ.

ในภาพอาจจะมี หนึ่งคนขึ้นไป, รถยนต์, ต้นไม้ และสถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ຂະນະທີ່ ເທສະບານນະຄອນມຸມໄບ ປະກາດຂໍຄວາມຮ່ວມມືໃຫ້ປະຊາຊົນຫຼີກລ່ຽງການອອກນອກເຄຫະສະຖານ ແລະ ງົດການໃຊ້ພາຫະນະ ເນື່ອງຈາກຝົນທີ່ຕົກລົງມາບໍ່ຢຸດ ເຮັດໃຫ້ເກີດປະລິມານນ້ໍາຖ້ວມຂັງລະດັບສູງໃນຫຼາຍພື້ນທີ່. ນອກຈາກນີ້, ຍັງມີຄໍາສັ່ງປິດໂຮງຮຽນ ແລະ ວິທະຍາໄລທຸກແຫ່ງ ໃນເມືອງມຸມໄບ ຢ່າງໜ້ອຍ 1 ວັນ ໃນອັງຄານ. ໃນເວລາດຽວກັນ ຖ້ຽວບິນທັງພາຍໃນ ແລະ ລະຫວ່າງປະເທດລວມຫຼາຍວ່າ 100 ຖ້ຽວບິນ ຕ້ອງຍົກເລີກ ຫຼື ປ່ຽນໄປລົງຈອດທີ່ສະໜາມບິນແຫ່ງອື່ນ ເນື່ອງຈາກມີນໍ້າຖ້ວມຂັງສູງທີ່ສະໜາມບິນນານາຊາດມຸມໄບ ເຊັ່ນດຽວກັບຂະບວນລົດໄຟເກືອບທຸກເສັ້ນທາງລະງັບການໃຫ້ບໍລິການ.

ในภาพอาจจะมี 2 คน, ต้นไม้, เด็ก และสถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ດ້ານຂໍ້ມູນຈາກ “ສະກາຍເມດ” ເຊິ່ງເປັນບໍລິສັດອຸຕຸນິຍົມວິທະຍາເອກະຊົນແຫ່ງໜຶ່ງຂອງອິນເດຍ ລາຍງານ ວ່າ ພາຍໃນໄລຍະເວລາ 24 ຊົ່ວໂມງ ຈົນເຖິງເຊົ້າຂອງວັງຄານ ຕາມເວລາທ້ອງຖິ່ນ ສາມາດວັດແທກປະລິມານນໍ້າຝົນທີ່ຕົກລົງມາ ໃນເມືອງມຸມໄບ ໄດ້ສູງເຖິງ 350 ມິນລິແມັດ ຂະນະທີ່ ຢ້ອນກັບໄປ ເມື່ອປີ 2005 ເກີດຝົນຕົກໜັກຫຼາຍເຖິງ 950 ມິນລິແມັດ ພາຍໃນເວລາພຽງ 24 ຊົ່ວໂມງ ທີ່ເມືອງມຸມໄບ ສົ່ງຜົນໃຫ້ປະຊາຊົນຫຼາຍກວ່າ 500 ຄົນເສຍຊີວິດ ແລະ ຕໍ່ມາເມື່ອເດືອນສິງຫາ 2017 ເມືອງມຸມໄບ ເຊິ່ງເປັນເມືອງສໍາຄັນທາງເສດຖະກິດຂອງອິນເດຍ ຜະເຊີນກັບຝົນຕົກໜັກຕໍ່ເນື່ອງ 2 ວັນ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 10 ຄົນ.

ในภาพอาจจะมี ท้องฟ้า, สถานที่กลางแจ้ง และน้ำ

ในภาพอาจจะมี 3 คน, ตาราง, สถานที่กลางแจ้ง และอาหาร