ພັນທະບັດທະນາຄານແຫ່ງ ສປປ ລາວງວດ3 ພ້ອມໃຫ້ທ່ານຈັບຈອງແລ້ວ

94

ທະນາຄານແຫ່ງ ສປປ ລາວໄດ້ອອກແຈ້ງການ ຈຳໜ່າຍພັນທະບັດ ສະກຸນເງິນກີບ ງວດທີ 3 ຈຳນວນ 3.000.000.000.000 ກີບ (ສາມພັນຕື້ກີບ) ເລີ່ມຈັບຈອງໄດ້ແຕ່ມືອື່ນເປັນຕົ້ນໄປ.

ເງື່ອນໄຂຂອງຜູ້ທີ່ສາມາດຊື້ພັນທະບັດທະນາຄານແຫ່ງ ສປປ ລາວຄື ເປັນບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຖິ່ນຖານຢູ່ ສປປ ລາວ (ຍົກເວັ້ນທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ) ຜູ້ທີ່ມີເງື່ອນໄຂ ແລະ ມີຄວາມສົນໃຈສາມາດສັ່ງຈອງໃນລະຫວ່າງ ວັນທີ 6-8 ກັນຍາ 2023.

May be an image of text
ໂດຍສັ່ງຈອງຜ່ານທະນາຄານທຸລະກິດ ທີ່ເປັນຕົວແທນຈຳໜ່າຍ 7 ແຫ່ງ ດັ່ງນີ້:
1. ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (BCEL);
2. ທະນາຄານ ພັດທະນາລາວ ຈຳກັດ (LDB);
3. ທະນາຄານ ສົ່ງເສີມກະສິກຳ ຈຳກັດ (APB);
4. ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ (LVB);
5. ທະນາຄານ ຮ່ວມພັດທະນາ (JDB);
6. ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ສາຂານະຄອນຫຼວງວຽງຈັນ (ICBC);
7. ທະນາຄານ ບີໄອຊີ ລາວ ຈຳກັດ (BIC).

May be an illustration of text
ຕິດຕໍ່ສອບຖາມເພີ່ມເຕີມໄດ້ທີ່: ຫ້ອງການທະນາຄານແຫ່ງ ສປປ ລາວໂທລະສັບ: 020-29555521 ແລະ 020-23654449ໃນວັນ ແລະ ເວລາ ລັດຖະການ(ວັນຈັນ-ສຸກ, ເວລາ 08:00-12:00 ໂມງ ແລະ 13:00-16:00 ໂມງ)