3 ພຶດຕິກຳສ່ຽງ ທີ່ອາດເຮັດໃຫ້ເກີດມະເຮັງເຕົ້ານົມ

14

ພະຍາດມະເຮັງເຕົ້ານົມເປັນພະຍາດທີ່ພົບຫຼາຍທີ່ສຸດໃນແມ່ຍິງ ເຊິ່ງເກີດຈາກຄວາມຜິດປົກກະຕິຂອງເຊວໃນເຕົ້ານົມ ໂດຍສະເພາະເຊວທໍ່ນໍ້ານົມ ແລ້ວເລີ່ມລຸກລາມເນື້ອເຫຍື່ອຂ້າງຄຽງ ຖ້າປ່ອຍໄວ້ຈະແຜ່ກະຈາຍໄປຍັງເຊວອື່ນໆໃນຮ່າງກາຍໄດ້ຜ່ານທາງເດີນນໍ້າເຫຼືອງ.

ຖ້າທ່ານມີຄວາມສ່ຽງເຫຼົ່ານີ້ ອາດເປັນສັນຍານເຕືອນຂອງການເກີດພະຍາດມະເຮັງເຕົ້ານົມໄດ້.
1. ດື່ມເຫຼົ້າ ແລະ ສູບຢາເປັນປະຈຳ
ຖ້າບໍ່ຢາກສ່ຽງເປັນມະເຮັງເຕົ້ານົມ ທາງເລືອກທີ່ດີຄື ເລີກສູບຢາ ພ້ອມກັບຫຼຸດພຶດຕິກຳດື່ມແອລກໍຮໍ
2. ກິນຢາຄຸມກຳເນີດຕິດຕໍ່ກັນເປັນເວລາດົນ
ສາວໆທີ່ກິນຢາຄຸມກຳເນີດຕິດຕໍ່ກັນເປັນເວລາດົນ ມີຄວາມສ່ຽງເປັນມະເຮັງເຕົ້ານົມສູງ
3. ນ້ຳໜັກຕົວເກີນ ປ່ອຍໃຫ້ຕຸ້ຍ

ຜູ້ຍິງຕຸ້ຍ ມັກຈະມີຮໍໂມນເອສໂຕຼເຈນຫຼາຍກວ່າປົກກະຕິ ເຮັດໃຫ້ມີຄວາມສ່ຽງສູງຂຶ້ນຕາມນ້ຳໜັກຕົວ ແລະ ໄຂມັນທີ່ເພີ່ມຂຶ້ນ.
ດັ່ງນັ້ນ, ເຮົາຄວນໝັ່ນກວດເຕົ້ານົມດ້ວຍຕົວເອງເປັນປະຈຳທຸກເດືອນ ແລະ ກວດໂດຍເຄື່ອງແມມໂມ ແກຣມເມື່ອອາຍຸ 35 ປີຂຶ້ນໄປ ຖ້າພົບຄວາມຜິດປົກກະຕິຈະໄດ້ເຮັດການປິ່ນປົວຢ່າງທັນຖ່ວງທີ.
” ການປ້ອງກັນທີ່ດີທີ່ສຸດ ຄືການກວດພົບໃຫ້ໄວທີ່ ສຸດ “.
[ ຂໍ້ມູນຈາກ: ສະມາຄົມພະຍາດເຕົ້ານົມແຫ່ງປະເທດໄທ ]