ຈູດທຳລາຍເຄື່ອງມືຫາປາ ແລະ ຈັກສະຕິນທີ່ນຳໃຊ້ຜິດຕໍ່ລະບຽບກົດໝາຍ

37

ຕົ້ນໄມ້ ການປູກຕ້ອງຄວບຄູ່ການປົກປັກຮັກສາ ເພາະແຕ່ລະຕົ້ນກ່ອນຈະໃຫຍ່ມາໃຫ້ພໍໃຊ້ການໄດ້ຕ້ອງໃຊ້ເວລາຫຼາຍປີ ດັ່ງນັ້ນ ພາກລັດຈຶ່ງພະຍາຍາມສະກັດກັ້ນທຸກຊ່ອງທາງບໍ່ໃຫ້ມີການຕັດໄມ້ທຳລາຍປ່າ ພ້ອມນີ້ກໍ່ລະດົມໃນທຸກໆປີໃຫ້ມີການປູກປ່າເພີ່ມ ເພື່ອຮັກສາຄວາມຂຽວງາມຂອງທຳມະຊາດບ້ານເຮົາໄວ້ບໍ່ໃຫ້ບົກແຫ້ງໄປຕາມການເວລາ.

May be an image of 3 people and text

ເວົ້າສະເພາະ ທາງໜ່ວຍງານກວດກາປ່າໄມ້ ແລະໜ່ວຍງານລ້ຽງສັດ-ການປະມົງ ຂັ້ນເມືອງແມ່ນໄດ້ເອົາໃຈໃສ່ເຂັ້ມງວດໃນການກວດກາ ເພຶ່ອສະກັດກັ້ນ ການຕັດໄມ້ທຳລາຍປ່າແບບຊະຊາຍ ແລະຕິດຕາມ ກວດກາ ການຫາປາຂອງຊາວປະມົງທີ່ນຳໃຊ້ເຄື່ອງມືຫາປາແບບດັບສູນທີ່ຜິດຕໍ່ກົດໝາຍຢ່າງຕໍ່ເນື່ອງ.

May be an image of 13 people and tree
ສະນັ້ນ ໃນກາງເດືອນກໍລະກົດທີ່ຜ່ານມາ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ໄດ້ສົມທົບກັນລົງກວດກາ ຕາມຈຸດເປົ້າໝາຍ ພາຍໃນກຸ່ມບ້ານນາໃໝ່ ສາມາດກວດພົບ ເຄື່ອງມືຫາປາ ,ຈັກສະຕິນ ແລະອຸປະກອນ ເຊິ່ງປະກອບມີ: ມໍ້ໄຟໃຫຍ່ 120 V ຈໍານວນ 13 ໜ່ວຍ, ມໍ້ໄຟນ້ອຍ 12 V ມີ 2 ໜ່ວຍ, ເຄື່ອງສາກມໍ້ໄຟໃຫຍ່ 4 ເຄື່ອງ, ເຄື່ອງສາກມໍ້ໄຟນ້ອຍ 6 ເຄື່ອງ, ເຄື່ອງດູດປາ 13 ເຄື່ອງ, ເຄື່ອງຊ໋ອດປາ 2 ເຄື່ອງ, ຈັກສະຕິນ ແລະອຸປະກອນ 3 ເຄື່ອງ ທີ່ກວດພົບຢູ່ຕາມຈຸດເປົ້າໝາຍ.

May be an image of 9 people

ມາໃນ ວັນທີ 5 ກັນຍາ 2023 ນີ້ ທາງຫ້ອງການກະສິກຳ-ປ່າໄມ້ເມືອງເຟືອງ ແຂວງວຽງຈັນ ຈຶ່ງໄດ້ຈັດພິທີທຳລາຍ ເຄື່ອງດັ່ງກ່າວຂື້ນ ຢູ່ທີ່ເດີ່ນໜ້າເຂື່ອນໄຟຟ້ານ້ຳລີກ 1-2 ເຊິ່ງເປັນກຽດເຂົ້ົາຮ່ວມພິທີໃນຄັ້ງນີ້ ມີ ທ່ານ ຄຳເພັດ ຈັນສົມພູ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆເຟືອງ, ມີການນຳຂັ້ນເມືອງ, ເຈົ້າໜ້າທີ່ໆກ່ຽວຂ້ອງຂັ້ນເມືອງ, ພະນັກງານວິຊາການຫ້ອງການກະສິກຳ-ປ່າໄມ້ເມືອງ, ໜ່ວຍປະມູນຮັບຊື້-ຈຳໜ່າຍປາ ປະຈຳເຂື່ອນ ແລະອຳນາດການປົກຄອງພາຍໃນກຸ່ມບ້ານນາໃໝ່ ໄດ້ພ້ອມກັນເຂົ້າຮ່ວມ.