ຕະຫຼາດໂນນຄໍ້ ຂະຫຍາຍເວລາການຂາຍ

26

 

ຕະຫຼາດໂນນຄໍ້ ໄດ້ຂະຫຍາຍເວລາໃນການຈໍາໜ່າຍສິນຄ້າພາຍໃນຕະຫຼາດອອກຕື່ມ ຈາກທີ່ເຄີຍຂາຍພຽງພາກເຊົ້າ ຫາ ພາກບ່າຍ ມາເປັນການຂາຍເຕັມມື້ຮອດພາກແລງ ຫຼື ພາກຄໍ່າ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກລາຍວັນ ສາມາດເຂົ້າຕະຫຼາດຍາມໃດກໍໄດ້.

ທ່ານ ວຽງຄໍາ ລໍວັນໄຊ ຫົວໜ້າຈັດສັນຕະຫຼາດໂນນຄໍ້ ໄດ້ເຜີຍຕໍ່ສື່ມວນຊົນ ເມື່ອວັນທີ 5 ກັນຍາ 2023 ວ່າ: ກ່ອນໜ້ານີ້ ຕະຫຼາດໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ມີການຊື້ – ຂາຍສິນຄ້າແບບໝົດມື້ ( ເຊົ້າຮອດຄໍ່າ ) ແຕ່ພາຍຫຼັງທີ່ມີການລະບາດຂອງພະຍາດໂຄວິດ – 19 ໃນໄລຍະ 2 – 3 ປີ ຈຶ່ງໄດ້ມີນະໂຍບາຍຮັກສາໄລຍະຫ່າງ ແລະ ປັບປ່ຽນເວລາການຂາຍໃຫ້ມີແຕ່ພາກເຊົ້າ ຫາ ພາກບ່າຍ.


ໃນເມື່ອປັດຈຸບັນສະພາບການດໍາລົງຊີວິດໄດ້ກັບມາສູ່ສະພາບປົກກະຕິ ທາງເຈົ້າຂອງຕະຫຼາດຈຶ່ງມີແຜນຂະຫຍາຍເວລາໃນການຂາຍໃຫ້ໝົດມື້ຄືເກົ່າ ໂດຍມີແຜນເລີ່ມມາແຕ່ວັນທີ 1 ກັນຍາເປັນຕົ້ນມາ ເຊິ່ງບໍ່ມີການເກັບຄ່າໃຊ້ຈ່າຍເພີ່ມແຕ່ຢ່າງໃດ.
ຈາກຫາງສຽງສັງຄົມວ່າ: ທາງຕະຫຼາດບັງຄັບໃຫ້ແມ່ຄ້ານັ່ງຂາຍໝົດມື້ນັ້ນ ແມ່ນເປັນເພາະຄວາມເຂົ້າໃຈຜິດໃນນະໂຍບາຍດັ່ງກ່າວ ເພາະທາງຕະຫຼາດແມ່ນເປີດໂອກາດໃຫ້ທຸກຄົນສາມາດໃຊ້ສິດຂອງຕົນເອງໃນການຊື້ – ຂາຍ ພຽງແຕ່ວ່າໃຜຕ້ອງການຂາຍແຕ່ພາກເຊົ້າຫາບ່າຍ ກໍສາມາດເລືອກເວລາໄດ້ ແຕ່ພາກແລງກໍຄວນໃຫ້ໂອກາດຜູ້ອື່ນເຂົ້າໄປຂາຍຕໍ່ຫາກຕົນເອງບໍ່ຢາກຂາຍ.

ທ່ານ ວຽງຄໍາ ລໍວັນໄຊ ຍັງໃຫ້ຮູ້ວ່າ: ນອກຈາກມີນະໂຍບາຍຂະຫຍາຍເວລາການຂາຍແລ້ວ ກໍຍັງມີການຂະຫຍາຍພື້ນທີ່ຕະຫຼາດຕື່ມອີກ ແລະ ມີແຜນປັບປຸງຍົກໂຄງສ້າງໃຫ້ດີກວ່າເກົ່າພາຍໃນທ້າຍປີນີ້ ເຊິ່ງປັດຈຸບັນຕະຫຼາດໂນນຄໍ້ ເປີດບໍລິການຊື້ – ຂາຍທັງເຊົ້າ ແລະ ແລງ ລະຫວ່າງ 5:00 – 20:00 ໂມງ.
ນາງ ສອນ ລັດຕະນະວົງ ແມ່ຄ້າຂາຍຊີ້ນໝູ ເວົ້າວ່າ: ການຂະຫຍາຍເວລາການຂາຍແຕ່ເຊົ້າຮອດແລງ ກໍເປັນການດີຕໍ່ຜູ້ຊື້ ແລະ ຜູ້ຂາຍ ໂດຍສະເພາະຜູ້ຊື້ສາມາດເຂົ້າຫາຕະຫຼາດຍາມໃດກໍໄດ້ ບໍ່ຈໍາເປັນຕ້ອງຟ້າວໄປແຕ່ເຊົ້າຄືແຕ່ເກົ່າ; ຫຼັງເລີກວຽກຍາມແລງກໍສາມາດແວ່ຊື້ໄດ້ຄືກັນ.


ນາງ ແຂກ ແມ່ຄ້າຂາຍຜັກເວົ້າວ່າ: ການຂະຫຍາຍເວລາໃນ 3 – 4 ມື້ ເບື້ອງຕົ້ນການຂາຍຍັງບໍ່ດີປານໃດ ອາດເປັນຍ້ອນຜູ້ຊື້ເຄີຍຊື້ແຕ່ຍາມເຊົ້າ ແລະ ຍາມເວັນ ອາດຍັງບໍ່ຮູ້ວ່າຕະຫຼາດໂນນຄໍ້ໄດ້ຂະຫຍາຍເວລາການຂາຍຮອດຄໍ່າ ແຕ່ໂດຍລວມເຫັນວ່າເລີ່ມຂາຍດີຂຶ້ນແດ່ແລ້ວ.
ຕະຫຼາດໂນນຄໍ້ ແມ່ນໜຶ່ງໃນຕະຫຼາດທີ່ໃຫຍ່ໃນເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງມີການເປີດບໍລິການມາເກືອບ 10 ປີ ປັດຈຸບັນມີ 200 ກວ່າໂຕະ ຫຼື ຫ້າງຮ້ານ ເຊິ່ງມີທັງປະເພດເຄື່ອງແຫ້ງ, ຊີ້ນ, ຜັກ, ປາ, ໝາກໄມ້ ແລະ ອື່ນໆວາງຂາຍທຸກໆມື້.