ສະຫວັນນະເຂດ – ນະຄອນຫຼວງວຽງຈັນ ຮັດແໜ້ນຄວາມຮ່ວມມືຫຼາຍຂົງເຂດ

9

 

ແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມພົບປະ ເພື່ອສົ່ງເສີມການຮ່ວມມື ມີຂຶ້ນຢ່າງເປັນທາງການໃນວັນທີ 7 ກັນຍາ 2023 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ຫົວໜ້າຄະນະຜູ້ແທນຂອງທັງສອງຝ່າຍ ກໍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບຈຸດພິເສດ, ທ່າແຮງບົ່ມຊ້ອນ, ການພັດທະນາເສດຖະກິດ – ສັງຄົມ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຂອງລັດຖະບານໃຫ້ກັນຊາບ ຕະຫຼອດເຖິງທິດທາງແຜນການຮ່ວມມືໃນຕໍ່ໜ້າລະຫວ່າງແຂວງສະຫວັນນະເຂດ ແລະ ນະຄອນຫຼວງ ວຽງຈັນ ເຊິ່ງໄດ້ເນັ້ນໜັກວຽກງານການຄ້າ ແລະ ກະສິກຳເປັນຕົ້ນຕໍ. ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍ ກໍໄດ້ມີການປະກອບຄຳຄິດເຫັນຢ່າງກົງໄປກົງມາ ແນໃສ່ເພື່ອເຮັດໃຫ້ເກີດການຮ່ວມມືທີ່ເປັນຮູບປະທຳ, ມີປະສິດທິພາບ ແລະປະສິດທິຜົນ.


ຈຸດປະສົງຂອງການພົບປະໃນຄັ້ງນີ້ ກໍເພື່ອເປັນການເສີມຂະຫຍາຍສາຍພົວພັນຮ່ວມມື, ມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງແຂວງສະຫວັນນະເຂດ ແລະ ນະຄອນຫຼວງ ວຽງຈັນ.
ໃນກອງປະຊຸມ, ຄະນະນຳ ແລະ ຜູ້ແທນຂອງທັງສອງຝ່າຍ ໄດ້ມີການປຶກສາຫາລືຮ່ວມກັນໃນຫຼາຍວຽກງານ ເຊິ່ງໄດ້ມີ ຄວາມເຫັນເປັນເອກະພາບໃນການຮ່ວມມືກັນ ນັບແຕ່ນີ້ຮອດປີ 2025 ໃນດ້ານຕ່າງໆເປັນຕົ້ນ:
ດ້ານການລົງທຶນທັງສອງຝ່າຍ ເຫັນດີເປັນເອກະພາບໃນການເລີ່ມຕົ້ນແລກປ່ຽນການສະໜອງດ້ານຂໍ້ມູນຂ່າວສານ ກ່ຽວກັບທ່າແຮງບົ່ມຊ້ອນ ແລະ ກາລະໂອກາດລົງທຶນ, ທຸລະກິດ, ລະບຽບການ, ນະໂຍບາຍດຶງດູດການລົງທຶນໃຫ້ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດທີ່ມີຄວາມສົນໃຈມາລົງທຶນຢູ່ນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ.

ດ້ານການເງິນ ສອງຝ່າຍເຫັນດີໃຫ້ມີການແລກປ່ຽນ ແລະ ສ້າງຄວາມເຂັ້ມແຂງວຽກຈັດເກັບລາຍຮັບລະຫວ່າງກັນ, ຈະແລກປ່ຽນຂໍ້ມູນ, ກວດກາ ແລະ ຄົ້ນຄວ້າການເກັບລາຍຮັບຈາກຫົວໜ່ວຍທຸລະກິດທີ່ສ້າງຢູ່ແຂວງສະຫວັນນະເຂດ ແລ້ວໄປເຄື່ອນໄຫວຢູ່ນະຄອນຫຼວງວຽງຈັນ ຫຼື ບໍລິສັດທີ່ສ້າງຕັ້ງຢູ່ນະຄອນຫຼວງວຽງຈັນ ແລ້ວມາເຄື່ອນໄຫວຢູ່ແຂວງສະຫວັນນະເຂດ, ສອງຝ່າຍຈະແລກປ່ຽນບົດຮຽນໃນການຄຸ້ມຄອງຂະແໜງການທີ່ມີໜ້າທີ່ຈັດເກັບລາຍຮັບວິຊາການ ເພື່ອສາມາດຄຸ້ມຄອງລາຍຮັບດັ່ງກ່າວໃຫ້ຖືກຕ້ອງ, ສອດຄ່ອງກັບ ຄວາມເປັນຈິງ ແລະ ສົ່ງເສີມໃຫ້ຂະແໜງການສາມາດກຸ້ມຕົນເອງທາງດ້ານງົບປະມານ.


ດ້ານອຸດສາຫະກຳ ແລະ ການຄ້າ ສອງຝ່າຍແລກປ່ຽນບົດຮຽນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານອຸດສາຫະກຳ – ການຄ້າ ແລະ ວຽກງານສະພາການຄ້າ ແລະ ອຸດສາຫະກຳເປັນຕົ້ນ ການເຂົ້າຫາແຫຼ່ງທຶນ ເພື່ອສະໜັບສະໜູນໃຫ້ແກ່ຫົວໜ່ວຍການຜະລິດ, ການຄົ້ນຄວ້າຊອກຫາຕະຫຼາດ ເພື່ອຈໍາໜ່າຍສິນຄ້າ, ການປັບປຸງມາດຕະຖານ ແລະ ສ້າງມູນຄ່າເພີ່ມໃຫ້ສິນຄ້າ, ການແປຮູບຜົນຜະລິດຕ່າງໆ, ເຫັນດີເປັນເອກະພາບສ້າງເງື່ອນໄຂອຳນວຍ ຄວາມສະດວກຊຸກຍູ້ໃຫ້ຂະແໜງການຄ້າ ແລະ ຫົວໜ່ວຍທຸລະກິດ ໃຫ້ມີການພົວພັນ ແລະ ການຮ່ວມມືທາງດ້ານການຜະລິດ – ສະໜອງສະບຽງອາຫານ ແລະ ສິນຄ້າເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນສິນຄ້າປະເພດເຂົ້າສານ, ງົວ, ຄວາຍ, ໝູ, ໄຂ່ ແລະ ສິນຄ້າປະເພດອື່ນໆ ຕາມຄວາມຕ້ອງການຊົມໃຊ້ຕົວຈິງໃນແຕ່ລະໄລຍະ, ຊຸກຍູ້, ສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ບັນດາຫົວໜ່ວຍການຜະລິດສິນຄ້າພູມປັນຍາທີ່ເປັນເອກະລັກຂອງທ້ອງຖິ່ນ ODOP ແລະ ສິນຄ້າອື່ນໆ ສາມາດນຳເອົາສິນຄ້າເຂົ້າໄປຈຳໜ່າຍຢູ່ຕະຫຼາດ, ສູນການຄ້າ ແລະ ບັນດາຫ້າງຮ້ານຕ່າງໆພາຍໃນແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ.

ດ້ານກະສິກໍາ – ປ່າໄມ້ ສອງຝ່າຍສ້າງເຄືອຂ່າຍການຜະລິດກະສິກໍາລະຫວ່າງກັນ ແນໃສ່ເຮັດໃຫ້ການຜະລິດກະສິກໍາຂອງນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ ເປັນລະບົບ, ຕໍ່ເນື່ອງ ແລະ ສາມາດຜະລິດທົດແທນກັນໄດ້, ສອງຝ່າຍຈະຄົ້ນຄວ້າການສ້າງຫ້ອງທົດລອງ ເພື່ອວິໄຈຄຸນນະພາບດິນ, ພືດ ແລະ ສັດ ເພື່ອອຳນວຍໃຫ້ແກ່ການປູກ ແລະ ການລ້ຽງ, ພ້ອມນີ້ກໍຈະແລກປ່ຽນບົດຮຽນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານກະສິກຳ ເປັນຕົ້ນ: ບົດຮຽນໃນການສ້າງສະຫະກອນ, ການພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກ, ການຈັດສັນອາຊີບ ແລະ ແຫຼ່ງລາຍຮັບທີ່ໝັ້ນຄົງ, ການສ້າງບ້ານພັດທະນາ, ການສ້າງບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ສ້າງເມືອງເຂັ້ມແຂງຮອບດ້ານ, ການເພີ່ມມາດຕະຖານໃຫ້ແກ່ການຜະລິດກະສິກຳ, ການສ້າງສຸຂະນາໄມ ແລະ ການປ້ອງກັນພະຍາດລະບາດໃນພືດ ແລະ ສັດ ແລະ ໄດ້ຮ່ວມມືກັນໃນດ້ານອື່ນໆນຳອີກ.
ໃນຕອນທ້າຍຂອງພິທີ, ກໍໄດ້ມີການລົງນາມການຮ່ວມມືຂອງທັງສອງຝ່າຍຢ່າງເປັນທາງການ.