ແຂວງຫຼວງພະບາງ ຕັ້ງເປົ້າເກັບລາຍຮັບອາກອນໝົດປີ ໃຫ້ໄດ້ 711,57 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດໃນ 8 ເດືອນ ປະຕິບັດໄດ້ 404,63 ຕື້ກີບ ເທົ່າກັບ 56,86% ຂອງແຜນການປີ ຖ້າທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 181,45 ຕື້ກີບ.
ໃນວັນທີ 11 ກັນຍາ 2023 ທີ່ສະໂມສອນໃຫຍ່ນະຄອນຫຼວງພະບາງ ( ບ້ານຄອຍ ) ສ່ວຍສາອາກອນ ປະຈໍາແຂວງ ຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 8 ເດືອນຕົ້ນປີ 2023 ແລະ ວາງແຜນ 4 ເດືອນທ້າຍປີ 2023 ໂດຍການເປັນປະທານຂອງ ທ່ານ ຄໍາມ່ວນ ຄໍາບຸນມີ ຫົວໜ້າສ່ວຍສາອາກອນ ປະຈໍາ ແຂວງຫຼວງພະບາງ, ມີຄະນະນໍາສ່ວຍສາອາກອນ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ, ສ່ວຍສາອາກອນປະຈໍານະຄອນ, ເມືອງ ແລະ ພະນັກງານເຂົ້າຮ່ວມ.
ທ່ານ ນາງ ມອນ ເງື່ອມບຸບຜາ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງຫຼວງພະບາງ ລາຍງານການຈັດຕັ້ງປະຕິບັດຈັດເກັບອາກອນຢູ່ພາຍໃນແຂວງ 8 ເດືອນຕົ້ນປີ 2023 ເຊິ່ງກໍໄດ້ຍົກໃຫ້ເຫັນ ສ່ວຍສາອາກອນປະຈໍາແຂວງ ມີ 2 ຂັ້ນ ຄື: ຂັ້ນແຂວງ ແລະ ສ່ວຍສາອາກອນນະຄອນ, ສ່ວຍສາອາກອນເມືອງ ແລະ ໜ່ວຍງານອາກອນເມືອງ ໄດ້ປະຕິບັດຕາມພາລະບົດບາດ ທີ່ກະຊວງການເງິນ ວາງອອກ ໃນການຈັດຕັ້ງການເຄື່ອນໄຫວເກັບສ່ວຍສາອາກອນຢູ່ພາຍໃນແຂວງ.
ປັດຈຸບັນທົ່ວແຂວງ ມີພະນັກງານສ່ວຍສາອາກອນ ທັງໝົດ 147 ຄົນ ຍິງ 24 ຄົນ, ມີຫົວໜ່ວຍທຸລະກິດທັງໝົດ 9.558 ຫົວໜ່ວຍ ທຽບໃສ່ປີ 2022 ເພີ່ມຂຶ້ນ 964 ຫົວໜ່ວຍ ເທົ່າກັບ 11,21%, ໃນນີ້ ຫົວໜ່ວຍທຸລະກິດທີ່ເປັນຖານຈັດເກັບລາຍຮັບມີ 7.251 ຫົວໜ່ວຍ, ໃນນີ້ຫົວໜ່ວຍທຸລະກິດ ທີ່ມີລາຍຮັບແຕ່ 50 ລ້ານກີບລົງມາ ມີ 2.337 ຫົວໜ່ວຍ ເຊິ່ງຖືກຍົກເວັ້ນການເກັບອາກອນຕາມກົດໝາຍກຳນົດ; ຫົວໜ່ວຍທຸລະກິດ ທີ່ມີລາຍຮັບແຕ່ 50 ລ້ານ ຫາ 400 ລ້ານກີບ 5.250 ຫົວໜ່ວຍ, ຫົວໜ່ວຍທຸລະກິດ ທີ່ມີລາຍຮັບແຕ່ 400 ລ້ານກີບ ຂຶ້ນໄປມີ 1.971 ຫົວໜ່ວຍ. ສະເພາະອົງການຈັດຕັ້ງລັດ ມີ 629 ຫົວໜ່ວຍ; ຫົວໜ່ວຍຄ່າເຊົ່າ ມີ 1.234 ຫົວໜ່ວຍ; ທົ່ວ ແຂວງມີຕອນດິນທັງໝົດ 257.742 ຕອນ, ໃນນີ້ອອກໃບຕາດິນແລ້ວ 131.545 ຕອນ ເທົ່າກັບ 51,03% ຂອງຕອນດິນທັງໝົດ ແລະ ຍັງບໍ່ທັນອອກໃບຕາດິນ 126.197 ຕອນ ເທົ່າກັບ 48,96% ຂອງຕອນດິນທັງໝົດ; ສະຖິຕິພາຫະນະ ( ລົດ ) ມີ 151.249 ຄັນ, ໃນນີ້ ລົດໃຫຍ່ 23.095 ຄັນ, ລົດຈັກ ແລະ ສາມລໍ້ 128.088 ຄັນ, ລົດໄຟຟ້າ 26 ຄັນ ເຊິ່ງຈໍານວນໜຶ່ງແມ່ນເປ່ເພເສຍຫາຍ ແລະ ຈໍານວນໜຶ່ງແມ່ນຍົກຍ້າຍໄປແຂວງ ອື່ນແລ້ວ.
ສໍາລັບແຜນຈັດເກັບລາຍຮັບ ປີ 2023 ແມ່ນ 711,57 ຕື້ກີບ, ໃນນີ້ ລາຍຮັບຊັບສິນ 44,18 ຕື້ກີບ ແລະ ລາຍຮັບສ່ວຍສາອາກອນ 667,40 ຕື້ກີບ.
ສະເພາະໃນ 8 ເດືອນຕົ້ນປີ 2023 ສາມາດຈັດຕັ້ງປະຕິບັດໄດ້ 404,63 ຕື້ກີບ ເທົ່າກັບ 56,86% ຂອງແຜນການປີ ຖ້າທຽບໃສ່ປີ 2022 ກັບ ເພີ່ມຂຶ້ນ 181,45 ຕື້ກີບ ເທົ່າກັບ 81,30%; ໃນນີ້ຂັ້ນແຂວງປະຕິບັດໄດ້ 354,13 ຕື້ກີບ, ນະຄອນ ແລະ ບັນດາເມືອງ 50,48 ຕື້ກີບ. ລາຍຮັບປົກກະຕິຂອງແຂວງ ປະຕິບັດໄດ້ 146,93 ຕື້ກີບ ເທົ່າກັບ 68,30% ຂອງແຜນປີ, ຖ້າທຽບໃສ່ປີ 2022 ເພີ່ມຂຶ້ນ 29,88 ຕື້ກີບ ເທົ່າກັບ 37%, ລາຍຮັບຈາກຊັບສິນຕາມແຜນ 44,18 ຕື້ກີບ ປະຕິບັດໄດ້ 79,12 ຕື້ກີບ ເທົ່າກັບ 179,10% ຂອງແຜນການປີ, ຖ້າທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 60,69 ຕື້ກີບ ເທົ່າກັບ 329,30%.
ນອກນີ້ໄດ້ລົງກວດກາ ຫຼື ສໍາຫຼວດເກັບກຳຂໍ້ມູນ ແລະ ຢັ້ງຢືນຈາກພາກສ່ວນກ່ຽວຂ້ອງ ເຫັນວ່າ: ຫົວໜ່ວຍທີ່ຍັງເຄື່ອນໄຫວດຳເນີນທຸລະກິດ ມີ 6 ຫົວໜ່ວຍ, ໃນນີ້ມີລາຍຮັບແຈ້ງມອບອາກອນ 4 ຫົວໜ່ວຍ ແລະ ບໍ່ມີລາຍຮັບ 2 ຫົວໜ່ວຍ; ຫົວ ໜ່ວຍທຸລະກິດທີ່ບໍ່ມີລາຍຮັບ 6 ຫົວໜ່ວຍ, ໃນນີ້ ໄດ້ຢຸດເຊົ່າກິດຈະການຖາວອນ 1 ຫົວ ໜ່ວຍ ແລະ ໝົດອາຍຸສັນຍາແລ້ວ ຫຼື ວ່າຢຸດເຊົາກິດຈະການແລ້ວ ແລະ ວຽກງານອື່ນອີກຈໍານວນໜຶ່ງ.
ສໍາລັບຕົວເລກຄາດຄະເນທີ່ຈະປະຕິບັດໃນ 4 ເດືອນທ້າຍປີ 2023 ຈໍານວນ 306,95 ຕື້ກີບ ແລະ ຕາມຄາດຄະເນໝົດປີ 2023 ແມ່ນຈະສູ້ຊົນໃຫ້ໄດ້ຕາມແຜນ 711,57 ຕື້ກີບ ເທົ່າກັບ 100% ຂອງແຜນການປີ.
ກອງປະຊຸມດັ່ງກ່າວ ກໍໄດ້ຮັບຟັງການຊີ້ນໍາຈາກ ທ່ານ ຄໍາມ່ວນ ຄໍາບຸນມີ ຫົວໜ້າສ່ວຍສາອາກອນ ປະຈໍາ ແຂວງຫຼວງພະບາງ ຕື່ມອີກ.
[ ຂ່າວ: ເພັດສາຄອນ ສິມມະວົງ ]