ວັນທີ 12 ກັນຍາ 2023 ສະຫະພາບເອີຣົບ ໄດ້ມອບອຸປະກອນໄອທີ ໃຫ້ກະຊວງແຜນການ ແລະ ການລົງທຶນ ເພື່ອສືບຕໍ່ສະໜັບສະໜູນເຂົ້າໃນການສ້າງຄວາມເຂັ້ມແຂງດ້ານການເກັບກໍາຂໍ້ມູນຂອງວຽກງານດ້ານໂພຊະນາການຢູ່ 6 ແຂວງໃນ ສປປ ລາວ ແລະ ເພື່ອພັດທະນານະໂຍບາຍແຫ່ງຊາດ ດ້ານໂພຊະນາການ.
ອຸປະກອນໄອທີເຫຼົ່ານີ້ ລວມມີ: ຄອມພິວເຕີ, ລໍາໂພງ, ເຄື່ອງພິມເອກະສານ, ອຸປະກອນເກັບໄຟຟ້າສໍາຮອງ ແລະ ອຸປະກອນອື່ນໆອີກຈໍານວນໜຶ່ງ ທີ່ລວມຢູ່ໃນການໃຫ້ທຶນຂອງສະຫະພາບເອີຣົບ ເພື່ອສະໜັບສະໜູນແຜນງານ ການກໍ່ສ້າງຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ ( NIPN ) ເຊິ່ງຈັດຕັ້ງປະຕິບັດ ໂດຍອົງການຢູນິເຊັບ. ແຜນງານດັ່ງກ່າວແມ່ນມີຈຸດປະສົງ ເພື່ອເສີມສ້າງຄວາມອາດສາມາດຂອງ ສປປ ລາວ ໃນການວິເຄາະຂໍ້ມູນດ້ານໂພຊະນາການຈາກບັນດາປັດໄຈຕ່າງໆ ແລະ ຕິດຕາມກ່ຽວກັບການລົງທຶນໃນວຽກງານດ້ານໂພຊະນາການ ເພື່ອປະກອບເຂົ້າໃນການສ້າງນະໂຍບາຍແຫ່ງຊາດດ້ານໂພຊະນາການ ໃຫ້ໄດ້ດີຂຶ້ນ.
ທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມການຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ ກ່າວບາງຕອນວ່າ: ພວກຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງສະຫະພາບເອີຣົບ ແລະ ອົງການ ຢູນິເຊັບ ໃນການສະໜັບສະໜູນດ້ານອຸປະກອນໃຫ້ກັບອໍານາດການປົກຄອງຂັ້ນແຂວງ ເພື່ອຊ່ວຍໃນການຮວບຮວມຂໍ້ມູນກ່ຽວກັບການຂາດໂພຊະນາການຂອງເດັກ ໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ; ທັງນີ້ ກໍເພື່ອຮັບປະກັນວ່າການສ້າງນະໂຍບາຍແຫ່ງຊາດດ້ານໂພຊະນາການ ແມ່ນຢູ່ບົນພື້ນຖານຂໍ້ມູນຫຼັກຖານຕົວຈິງ ແລະ ສາມາດຕອບສະໜອງຄວາມຕ້ອງການທີ່ຈໍາເປັນໃຫ້ກັບເດັກເຫຼົ່ານັ້ນໄດ້.
ການມອບອຸປະກອນໄອທີ ໃຫ້ກັບພະນັກງານໃນພະແນກແຜນການ ແລະ ການລົງທຶນຂັ້ນແຂວງ ( DPI ) ຢູ່ 6 ແຂວງ ຄື: ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ, ແຂວງສາລະວັນ ແລະ ແຂວງເຊກອງ ແມ່ນເພື່ອສ້າງຄວາມອາດສາມາດເຂົ້າໃນການຕິດຕາມການເຄື່ອນໄຫວວຽກງານ ແລະ ການຮວບຮວມຂໍ້ມູນຂອງວຽກງານດ້ານໂພຊະນາການ ຢູ່ໃນແຕ່ລະແຂວງຕາມລໍາດັບ. ພິທີມອບ – ຮັບຄັ້ງນີ້ ໄດ້ຈັດຂຶ້ນພ້ອມກັບພິທີປະຖົມນິເທດຂອງແຜນງານການກໍ່ສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ ( NIPN ) ຢູ່ໃນຂັ້ນແຂວງ ເພື່ອໃຫ້ແນະນໍາກ່ຽວກັບແຜນງານນີ້ ແລະ ຈຸດປະສົງໂດຍລວມ ໃຫ້ກັບບັນດາພະນັກງານທີ່ຢູ່ຮາກຖານ.
ທ່ານ ນາງ Assunta Testa ເອກອັກຄະລັດຖະທູດ ດ້ານຄວາມປອດໄພຂອງອາຫານ ແລະ ໂພຊະນາການ ຢູ່ສະຖານທູດແຫ່ງ ສະຫະພາບເອີຣົບ ປະຈໍາ ສປປ ລາວ ກ່າວວ່າ: ການປະຖົມນິເທດກ່ຽວກັບແຜນງານການກໍ່ສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ ( NIPN ) ຢູ່ຂັ້ນແຂວງ ແມ່ນເພື່ອແບ່ງປັນດ້ານວິໄສທັດ ແລະ ການບັນລຸເປົ້າໝາຍແຜນງານໃນ ສປປ ລາວ. ຍ້ອນເຫດຜົນດັ່ງກ່າວ, ພວກຂ້າພະເຈົ້າ ມີ ຄວາມໝັ້ນໃຈວ່າການມອບອຸປະກອນໃນຄັ້ງນີ້ ຈະສາມາດຊ່ວຍໃຫ້ພະນັກງານຂອງກົມແຜນການ ແລະ ການລົງທຶນຂັ້ນແຂວງ ( DPI ) ສາມາດເກັບກໍາຂໍ້ມູນມາປະກອບເຂົ້າໃນການຕັດສິນໃຈໃນວຽກງານດ້ານໂພຊະການໄດ້ຢ່າງມີປະສິດທິພາບ ແລະ ສາມາດສືບຕໍ່ຂະຫຍາຍແຜນງານໃນຂອບເຂດທົ່ວປະເທດ.
ທ່ານ Arturo Romboli ຮອງຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ ກ່າວວ່າ: ອົງການຢູນິເຊັບ ແລະ ສະຫະພາບເອີຣົບ ມີຄວາມໝາຍໝັ້ນໃນການພັດທະນາໝາກຜົນຂອງວຽກງານດ້ານໂພຊະນາການໃນ ສປປ ລາວ ຜ່ານການຈັດຕັ້ງປະຕິບັດແຜນງານ ການກໍ່ສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ ( NIPN ). ໂພຊະນາການທີ່ດີໃນໄລຍະເລີ່ມຕົ້ນຊີວິດຂອງເດັກນ້ອຍ ຈະສາມາດສ້າງຄວາມແຕກຕ່າງຕໍ່ການຈະເລີນເຕີບໂຕ ແລະ ພັດທະນາການຂອງພວກເຂົາ. ສະນັ້ນ, ເພື່ອຮັບປະກັນວ່າເດັກທຸກໆຄົນຈະສາມາດເລີ່ມຕົ້ນຊີວິດໄດ້ດີທີ່ສຸດ, ພວກເຮົາຕ້ອງຮັບປະກັນວ່າການສ້າງນະໂຍບາຍຈະຕ້ອງຕອບສະໜອງຕໍ່ຄວາມຕ້ອງການທີ່ຈໍາເປັນຂອງເດັກ ແລະ ຂໍ້ມູນເຫຼົ່ານີ້ ຄືປັດໄຈສໍາຄັນໃນການປະຕິບັດແຜນງານຄັ້ງນີ້.