ຈຸດສຸມຊຽງໄຄ ນ້ຳຖ້ວມແຮງ ເຈົ້າເມືອງໄຊບູລີເລັ່ງລົງຢ້ຽມຢາມເບິ່ງແຍງປະຊາຊົນ

40

ຫຼາຍມື້ມານີ້ ຝົນໂຮຍລົງມາບໍ່ຂາດສາຍໃນແຕ່ລະວັນ ເຮັດໃຫ້ຫຼາຍເຂດແຂວງແມ່ນໄປມາລຳບາກພໍສົມຄວນ ສະເພາະເຂົາຈຸດສຸມຊຽງໄຄ ເມືອງໄຊບູລີ ແຂວງສະຫວັນນະເຂດ ຫຼາຍບ້ານກຳລັງຖືກຕັດຂາດຈາກພາຍນອກເນື່ອງຈາກນ້ຳຖ້ວມຂັງຂົວຂ້າມທາງຫຼາຍຈຸດພາຍໃນເຂດ.

No photo description available.

ດັ່ງນັ້ນ, ເພື່ອຢື້ຢາມຖາມຂ່າວ ແລະໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນ ໃນຕອນເຊົ້າຂອງວັນທີ 16 ກັນຍາ ປີ 2023 ນີ້ ທ່ານ ອ່ອນລໍາພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ ພ້ອມດ້ວຍ ຫົວໜ້າຫ້ອງວ່າການເມືອງ, ຫົວໜ້າຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ, ຫົວໜ້າຫ້ອງການ ແຜນການ-ການລົງທຶນເມືອງ, ພ້ອມທີມງານ ໄດ້ລົງເຄື່ອນໄຫວ ຕິດຕາມ ກວດກາ ສະພາບນໍ້າຖ້ວມຢູ່ເສັ້ນທາງ PR 6308 ແຕ່ 3 ແຍກທາງເລກທີ 13 ໃຕ້ ບ້ານມະນີລາດ ຫາຈຸດສຸມຊຽງໄຄ ເມືອງໄຊບູລີ ແຂວງສະຫວັນນະເຂດ.

May be an image of 2 people and motorcycle

ເນື່ອງຈາກວ່າເຂດນີ້ ເປັນເຂດທີ່ມີພື້ນທີ່ຕໍ່າ ແລະ ຢູ່ລຽບຕາມແຄມເຊ, ປະກອບກັບມີຝົນຕົກຫຼາຍວັນຕິດຕໍ່ກັນ ເຮັດໃຫ້ລະດັບນໍ້າເຊບັ້ງໄຟ ແລະ ລະດັບນໍ້າເຊນ້ອຍ ເພີ່ມຂື້ນຢ່າງໄວວາ ເຮັດໃຫ້ເກີດມີນໍ້າຖ້ວມ ຂົວ ທັງໝົດ 3 ຈຸດ ຄື. ຂົວຫ້ວຍຕະບອງຮາບ, ຂົວຫ້ວຍຍາງ ແລະ ຂົວຫ້ວຍຂົວ. ຖ້ວມ ເສັ້ນທາງ 3 ຈຸດ ເຮັດໃຫ້ການຄົມມະນາຄົມ ເຂົ້າ-ອອກລະຫວ່າງບ້ານຕໍ່ບ້ານ ລະຫວ່າງບ້ານຫາເມືອງ ຂອງປະຊາຊົນທີ່ຢູ່ເຂດນີ້ 4 ບ້ານຄື: ບ້ານແກ້ງແວງ, ບ້ານຊຽງໄຄ, ບ້ານພູໂກະ ແລະ ບ້ານໜອງແວງ ພົບກັບຄວາມຫຍຸ້ງຍາກລໍາບາກຫຼາຍສົມຄວນ.

May be an image of 5 people and motorcycle
ຂ່າວຍັງແຈ້ງໃຫ້ຮູ້ຕື່ມອີກວ່າ ໃນ ເວລາ 16:00 ໂມງ ແລງ ຂອງວັນດຽວກັນ ລະດັບນໍ້າແມ່ນໍ້າເຊບັ້ງໄຟ ຢູ່ຈຸດວັດແທກນໍ້າ ບ້ານຕົ້ນແຫນ ຢູ່ທີ່ 13,40 ແມັດຖືວ່າສູງສົມຄວນ ຂະນະທີ່ເຂດອັນຕະລາຍ ຢູ່ທີ່ 14,50 ແມັດ ສະນັ້ນ ການນໍາເມືອງໄຊບູລີ ຈິ່ງແຈ້ງໃຫ້ປະຊາຊົນທີ່ຢູ່ລຽບຕາມແຄມແມ່ນໍ້າເຊບັ້ງໄຟ, ເຊນ້ອຍ ແລະ ເຂດທີ່ມີຄວາມສ່ຽງ ຈະຖືກຜົນກະທົບຈາກນໍ້າຖ້ວມໃຫ້ກະກຽມຍົກຍ້າຍສັດລ້ຽງ ແລະ ເຄື່ອງຂອງໄປໄວ້ໃນພື້ນທີ່ສູງ ແລະ ມີຄວາມປອດໄພ.

May be an image of boat and text