ສ່ອງເບິ່ງ: ການພົວພັນຫວຽດນາມ – ອາເມຣິກາ

9

ໄລຍະນີ້ຫາກເພື່ອນຜູ້ອ່ານຕິດຕາມສະຖານະການໃນໂລກຈະເຫັນວ່າບັນດາປະເທດໃຫຍ່ໄດ້ມີການເຄື່ອນໄຫວເພື່ອຜົນປະໂຫຍດທາງດ້ານພູມີລັດຖະສາດຖີ່ຂຶ້ນ ໂດຍສະເພາະແມ່ນຂົງເຂດອິນໂດປາຊີຟິກ.

ການເດີນທາງມາຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງຜູ້ນຳອາເມຣິກາ ກໍມີການຕັ້ງບັນຫາຫຼາຍຢ່າງ… ແຕ່ໃນ ຄວາມເປັນຈິງຜູ້ຂຽນຢາກໃຫ້ເພື່ອນຜູ້ອ່ານໄດ້ຮັບຮູ້ຜ່ານຈາກບົດວິເຄາະຈາກ ( VOV WORLD ) ພາຍໃຕ້ຫົວຂໍ້: “.. ຫວຽດນາມ ແລະ ອາເມຣິກາ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ..” ສະບັບອອນລາຍລົງວັນທີ 11 ກັນຍາ 2023 ດັ່ງນີ້:

ການພົວພັນ ຫວຽດນາມ – ອາເມຣິກາ ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ, ເລິກເຊິ່ງ, ແທດຈິງ, ບັນລຸປະສິດທິຜົນ ພາຍຫຼັງໄລຍະຫັນການພົວພັນເປັນປົກກະຕິ.

ໃນຂອບເຂດການຢ້ຽມຢາມຫວຽດນາມ ແຕ່ວັນທີ 10 – 11 ກັນຍາ ຂອງທ່ານປະທານາທິບໍດີອາເມຣິກາ Joe Biden, ວັນທີ 10 ກັນຍາ ຫວຽດນາມ ແລະ ອາເມຣິກາ ໄດ້ຮັບຮອງເອົາຖະແຫຼງການຮ່ວມ, ຍົກລະດັບການພົວພັນອາເມຣິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທີ່ການປະຊຸມຖະແຫຼງຂ່າວ ພາຍຫຼັງການເຈລະຈາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ອາເມຣິກາ Joe Biden ໄດ້ຢືນຢັນວ່າ: ເລື່ອງຍົກລະດັບການພົວພັນລະຫວ່າງ ຫວຽດນາມ – ອາເມຣິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແມ່ນເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງຂອງ 2 ປະເທດ.

ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ການພົວພັນ ຫວຽດນາມ – ອາເມຣິກາ ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ, ເລິກເຊິ່ງ, ແທດຈິງ, ບັນລຸປະສິດທິຜົນ ພາຍຫຼັງໄລຍະຫັນການພົວພັນເປັນປົກກະຕິ. ບົນພື້ນຖານນັ້ນແມ່ນເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ ແລະ ຄວາມມຸ່ງມາດປາດຖະໜາຢາກເພີ່ມທະວີການຮ່ວມມືເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງໃນສະພາບການໃໝ່, ການນໍາ 2 ທ່ານໄດ້ຮັບຮອງເອົາຖະແຫຼງການຮ່ວມ, ຍົກລະດັບການພົວພັນລະ ຫວ່າງ ຫວຽດນາມ – ອາເມຣິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແມ່ນເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ.

ຫຼັກການຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ – ອາເມຣິກາ

ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ – ອາເມຣິກາ ສືບຕໍ່ອີງໃສ່ພື້ນຖານເຄົາລົບບັນດາຫຼັກການພື້ນຖານກໍານົດທິດໃຫ້ແກ່ການພົວພັນລະ ຫວ່າງ 2 ປະເທດ ໃນໄລຍະຜ່ານມາຢ່າງຄົບຖ້ວນ, ໃນນັ້ນມີການເຄົາລົບກົດບັດຂອງສະຫະປະຊາຊາດ, ກົດໝາຍສາກົນ ແລະ ລະບອບການເມືອງຂອງກັນ, ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງກັນ. ທ່ານເລຂາທິການ ໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ:

“ ພວກຂ້າພະເຈົ້າໄດ້ເນັ້ນໜັກເຖິງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ສະພາບການຂອງກັນ, ເຄົາລົບບັນດາຜົນປະໂຫຍດອັນຊອບທໍາຂອງກັນ ແລະ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ນັ້ນແມ່ນບັນດາຫຼັກການພື້ນຖານ, ຍາມໃດກໍມີຄວາມໝາຍສໍາຄັນໃນການພົວພັນຂອງ 2 ປະເທດ ແລະ ການພົວພັນສາກົນ, ຫວຽດນາມ ຕີລາຄາສູງ ແລະ ຖືເປັນສໍາຄັນການຢືນຢັນຂອງ ອາເມຣິກາ ສະໜັບສະໜູນປະເທດຫວຽດນາມ “ ເຂັ້ມແຂງ, ເອກະລາດ, ເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ ”. ບັນດາເນື້ອໃນຂອງການພົວພັນຄູ່ຮ່ວມມືໃໝ່ໄດ້ສືບທອດບັນດາເນື້ອໃນຮ່ວມມືທີ່ພວມມີຢູ່ແລ້ວລະຫວ່າງ 2 ປະເທດ ແລະ ຍົກຂຶ້ນສູ່ລະດັບສູງໃໝ່ ຜ່ານການຊຸກຍູ້ການຮ່ວມມືດ້ານເສດຖະກິດ – ການຄ້າ – ການລົງທຶນ ຕາມທິດນະວັດຕະກໍາເປັນພື້ນຖານ, ຈຸດສຸມ ແລະ ກໍາລັງໜູນຂອງການພົວພັນລະຫວ່າງ 2 ປະເທດ; ເພີ່ມທະວີການຮ່ວມມືດ້ານວິທະຍາສາດ – ເຕັກໂນໂລຊີ ແມ່ນບາດກ້າວບຸກທະລຸຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື, ພັດທະນາແບບຍືນຍົງ ”.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍຊີ້ໃຫ້ເຫັນວ່າ: ຫວຽດນາມ ຊຸກຍູ້ການພົວພັນກັບ ອາເມຣິກາ ແລະ ບັນດາຄູ່ຮ່ວມມືສາກົນອື່ນໆ ບົນເນື້ອໃນຈິດໃຈຂອງປະທານ ໂຮ່ຈິມິນ ທີ່ໄດ້ຊີ້ແຈ້ງ ພາຍຫຼັງ ຫວຽດນາມ ຍາດໄດ້ເອກະລາດຄືນໃໝ່, ນັ້ນແມ່ນ ຫວຽດນາມ ເປັນເພື່ອນມິດກັບທຸກໆປະເທດ. ສໍາລັບອາເມຣິກາ, ປະທານ ໂຮ່ຈິມິນ ໄດ້ຢືນຢັນພື້ນຖານເອກະລາດຢ່າງສົມບູນຂອງ ຫວຽດນາມ ແລະ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືຢ່າງເຕັມສ່ວນ ອາເມຣິກາ; ພື້ນຖານເອກະລາດ ແລະ ການຮ່ວມມືນັ້ນແມ່ນສ້າງຜົນປະໂຫຍດໃຫ້ແກ່ທົ່ວໂລກ.

ເປີດໜ້າປະຫວັດສາດໃໝ່ໃນການພົວພັນ ຫວຽດ ນາມ – ອາເມຣິກາ

ສ່ວນທ່ານປະທານາທິບໍດີອາເມຣິກາ Joe Biden ຢືນຢັນວ່າ: ຈຸດເວລາປະຫວັດສາດນີ້, ຫວຽດນາມ ແລະ ອາເມຣິກາ ອາດທົບທວນຄືນເສັ້ນທາງ 50 ປີ ແຫ່ງການພົວພັນລະຫວ່າງ 2 ປະເທດ.

“ ພວກເຮົາໄດ້ຜ່ານການປະທະກັນໄປເຖິງເລື່ອງຫັນການພົວພັນເປັນປົກກະຕິ ແລະ ປັດຈຸບັນ, ພວກເຮົາຈະຍົກລະດັບການພົວພັນລະຫວ່າງ 2 ປະເທດ ເພື່ອຊຸກຍູ້ຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນນີ້ມີຄວາມສໍາຄັນທີ່ສຸດໃນໂລກ. ພວກເຮົາຍົກລະດັບການພົວພັນຂອງ 2 ປະເທດ ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນຍ້ອນສິ່ງນີ້. ນີ້ແມ່ນບາດກ້າວຈໍາເປັນທີ່ສຸດ ສໍາລັບ 2 ປະເທດ, ສະແດງໃຫ້ເຫັນກໍາລັງແຮງຂອງຕົນເອງ, ຂອງການພົວພັນລະຫວ່າງ 2 ປະເທດ ໃນເວລາທີ່ພວກເຮົາພວມປະເຊີນໜ້າກັບສິ່ງທ້າທາຍ ທີ່ສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງການພົວພັນຢູ່ພາກພື້ນ ແລະ ໃນໂລກ ”.

ຕາມທ່ານປະທານາທິບໍດີ Joe Biden ແລ້ວ, ຫວຽດນາມ ແລະ ອາເມຣິກາ ຈະເຮັດໃຫ້ການພົວພັນຮ່ວມມືໃນຂົງເຂດເຕັກໂນໂລຊີທີ່ສໍາຄັນ ແລະ ຫາກໍພົ້ນເດັ່ນຂຶ້ນເລິກເຊິ່ງຂຶ້ນຕື່ມ, ພິເສດແມ່ນໃນການສ້າງລະບົບສະໜອງທີ່ມີຄວາມສາມາດຕ້ານຢັນທີ່ດີກວ່າໃຫ້ແກ່ຂະແໜງອຸດສາຫະກໍາເຄິ່ງຊັກນໍາໄຟຟ້າ. 2 ຝ່າຍ ກໍເປີດກວ້າງການພົວພັນຄູ່ຮ່ວມມືເສດຖະກິດ ເພື່ອແນໃສ່ຊຸກຍູ້ການລົງທຶນ ແລະ ການຄ້າ ລະຫວ່າງ 2 ປະເທດໃຫ້ຫຼາຍກວ່າເກົ່າ. ຕາມທ່ານປະທານາທິບໍດີ Joe Blden ແລ້ວ, ຫວຽດນາມ ແລະ ອາເມຣິກາ ມີສັນຍາການຄ້າຫຼາຍສະບັບທີ່ໄດ້ຮັບການລົງນາມ ເນື່ອງໃນໂອກາດການຢ້ຽມຢາມໃນຄັ້ງນີ້.

ກໍຕາມທ່ານປະທານາທິບໍດີ Joe Biden, 2 ປະເທດພວມສ້າງມໍລະດົກໃໝ່, ມໍລະດົກຂອງພື້ນຖານສັນຕິພາບ ແລະ ວັດທະນາຖາວອນລວມ ເພື່ອຕ້ອນຮັບອະນາຄົດທີ່ກ້າວໜ້າ ລະຫວ່າງ 2 ຊາດ. ຫວຽດນາມ ແມ່ນປະເທດສໍາຄັນຢູ່ໃນໂລກ ແລະ ພາກພື້ນ ແລະ ທ່ານເອງກໍພວມຄອງຄອຍຕ້ອນຮັບໜ້າປະຫວັດສາດໃໝ່ໃນການພົວພັນ ຫວຽດນາມ ແລະ ອາເມຣິກາ…

ທັງໝົດນັ້ນຄືບາງຂໍ້ມູນທີ່ຢາກໃຫ້ເພື່ອນຜູ້ອ່ານໄດ້ຮັບຊາບນໍ?.

( ຈົບ )