ເຊັນສັນຍາຮ່ວມມືສ້າງໂຮງງານ ອັນດົງ ໂຊຈູ ທີ່ປະເທດລາວ ແລະ ສົ່ງແຮງງານລາວໄປ ສ.ເກົາຫຼີ

57

 

ສອງບໍລິສັດ ລາວ – ສ.ເກົາຫຼີ ໄດ້ຈັບມືກັນເພື່ອສ້າງໂຮງງານ ອັນດົງ ໂຊຈູ ທີ່ປະເທດລາວ. ພ້ອມນັ້ນກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການສົ່ງແຮງງານລາວໄປສຶກສາຮຽນຮູ້ ແລະ ເຮັດວຽກຢູ່ ແຂວງຢັງຊອກບົກໂດ ເພື່ອກັບຄືນມາເປັນແຮງງານທີ່ມີຄຸນນະພາບໃນລາວ.

ໃນວັນທີ 15 ກັນຍາ 2023 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ລະຫວ່າງ ບໍລິສັດແມ່ຂອງລາວຂາອອກ – ຂາເຂົ້າ ຈຳກັດຜູ້ດຽວ ( ສປປ ລາວ ) ແລະ ໂຮງງານ ມຽນຢີນ ອັນດົງໂຊຈູ ( ສ.ເກົາຫຼີ ) ພາຍໃຕ້ການເຂົ້າຮ່ວມຂອງ ທ່ານ ພົງໄຊສັກ ອິນຖາທິລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ – ສັງຄົມ ພ້ອມດ້ວຍແຂກຮັບເຊີນທີ່ກ່ຽວຂ້ອງຫຼາຍພາກສ່ວນ.

ການເຊັນສັນຍາຄັ້ງນີ້ ແມ່ນເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໂຄງການຮ່ວມມືໃນອະນາຄົດ ລະຫວ່າງ ນາງ ລັດສະໝີ ເວດສະພົງ ຜູ້ອໍານວຍການ ບໍລິສັດ ແມ່ຂອງລາວຂາອອກ – ຂາເຂົ້າ ຈຳກັດຜູ້ດຽວ ກັບ ທ່ານ Park Chan Kwan ຜູ້ອໍານວຍການ ບໍລິສັດ ມຽນຢີນ ອັນດົງໂຊຈູ.

ທ່ານ ນາງ ລັດສະໝີ ເວດສະພົງ ໄດ້ໃຫ້ຮູ້ວ່າ: ການເຊັນສັນຍາຄັ້ງນີ້ ຖືເປັນບາດກ້າວສໍາຄັນໄປສູ່ການຈັດຕັ້ງປະຕິບັດໂຄງການໃນຕໍ່ໜ້າ ແລະ ຄາດວ່າຈະສາມາດສ້າງວຽກເຮັດງານທໍາ ຕິດພັນກັບການສ້າງລາຍຮັບຊ່ວຍຊຸກຍູ້ເສດຖະກິດໄດ້ອີກແຮງໜຶ່ງ ໂດຍສະເພາະການຜະລິດທົດແທນການນໍາເຂົ້າ ພ້ອມສົ່ງອອກໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້. ນອກຈາກນັ້ນ, ຍັງຮ່ວມມືອີກຫຼາຍໂຄງການທີ່ກ່ຽວພັນ ເຊັ່ນ: ຮ່ວມມືສອນນັກຮຽນ – ນັກສຶກສາລາວ ເລື່ອງສ້າງເປັນຊ່າງສີມືທີ່ມີປະສົບການ, ການເສີມຄວາມງາມແຕ່ລະປະເພດ; ໂຄງການຍາດແຍ່ງການລົງທຶນ, ຈັດການຜົນຜະລິດຫຼັງການເກັບກ່ຽວ, ໂຄງການສົ່ງນັກຮຽນ – ນັກສຶກສາໄປຮຽນຮູ້ຂອງທຸກໆໂຄງການທີ່ຈະມີການຮ່ວມມືກັນທີ່ປະເທດ ສ.ເກົາຫຼີ ເພື່ອກັບມາບໍລິຫານໂຮງງານໃຫ້ໄດ້ມາດຕະຖານແບບມືອາຊີບ.

ນອກນັ້ນ, ໃນມື້ດຽວກັນ ບໍລິສັດ ມິດຕະພາບ ບໍລິການ ແລະ ຈັດຫາງານ ຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບ ບໍລິສັດ ເຄໂກໂບ ຈາກ ສ.ເກົາຫຼີ ໃນການສົ່ງແຮງງານລາວໄປສຶກສາຮຽນຮູ້ ແລະ ເຮັດວຽກຢູ່ແຂວງຢັງຊອກບົກໂດ ເພື່ອກັບຄືນມາເປັນແຮງງານທີ່ມີຄຸນນະພາບຮັບໃຊ້ສັງຄົມລາວໃນອະນາຄົດ.