ທີມຊາດຍິງລາວ ເສຍໃຫ້ກັບ ລີບັງ 1-4 ນັດທໍາອິດລາຍການທີ່ອາຣັບບີ ຊາອຸດິ, ລຸ້ນຕໍ່ພົບ ບູຖານ

16

ທີມຊາດຍິງລາວ ຊຸດໃຫຍ່ ລົງແຂ່ງຂັນນັດທໍາອິດລາຍການ Women’s International Friendly Tournament 2023 ທີ່ປະເທດອາຣັບບີ ຊາອຸດິ ລະຫວ່າງວັນທີ 18-30 ກັນຍາ 2023 ບໍ່ສາມາດຕ້ານທານຄວາມແຂງແກ່ນຂອງ ທີມຊາດລີບັງ ໄດ້ກ່ອນເສຍໄປ 1-4 ເມື່ອວັນທີ 18 ກັນຍາ 2023.

ນັດດັ່ງກ່າວ ເປັນທີມຊາດຍິງຂອງ ລີບັງ ທີ່ຄອງເກມໄດ້ດີກວ່າ ແລະ ມາໄດ້ປະຕູທໍາອິດນາທີິໆ 13 ຈາກການຍິງຂອງ Zahwa Arabi, ສ່ວນ ທີມຊາດຍິງລາວ ກໍມີໂອກາດຂຶ້ນໄປຍິງ ແຕ່ບໍ່ດີພໍທີ່ຈະຕີສະເໝີໄດ້ກ່ອນຈົບເຄິ່ງເວລາທໍາອິດ ລີບັງ ຂຶ້ນນໍາ 1-0, ສ່ວນເຄິ່ງເວລາທີ 2 ລີບັງ ມາໄດ້ 3 ປະຕູລວດຈາກການຍິງຂອງ Cecle Iskandar ນາທີໆ 60, Wead Read ນາທີໆ 65 ແລະ Layla Iskandar ນາທີໆ 71 ເຮັດໃຫ້ ລີບັງ ໜີຫ່າງເປັນ 4-0 ກ່ອນທີ່ນາທີໆ 81 ນາງ ຈິນດາ ສີຫາລາດ ຈະມາຍິງປະຕູຕີໄຂ່ແຕກໃຫ້ກັບ ທີມຊາດຍິງລາວ ໄລ່ມາເປັນ 1-4 ກ່ອນຈົບການແຂ່ງຂັນທີ່ຄະແນນດັ່ງກ່າວ.

ສໍາລັບ ລາຍການແຂ່ງຂັນດັ່ງກ່າວເຊິ່ງມີ 6 ປະເທດເຂົ້າຮ່ວມປະກອບມີ ອາຣັບບີ ຊາອຸດິ (ເຈົ້າພາບ), ລີບັງ, ປາກິດສະຖານ, ບູຖານ, ມາເລເຊຍ ແລະ ສປປ ລາວ, ເຊິ່ງການແຂ່ງຂັນຈະແບ່ງອອກເປັນ 2 ແລະ ຮູບແບບການແຂ່ງຂັນຈະຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມ ເຂົ້າຮອບຮອງຊະນະເລີດ ໂດຍຜົນການຈັບສະຫຼາກແບ່ງສາຍມີດັ່ງນີ້:
– ກຸ່ມ A: ອາຣັບບີ ຊາອຸດິ (ເຈົ້າພາບ), ມາເລເຊຍ ແລະ ປາກິສຖານ
– ກຸ່ມ B: ເລບານອນ, ບູຖານ ແລະ ສປປ ລາວ

ທີມຊາດລາວ ຍັງມີຕາຕະລາງແຂ່ງຂັນນັດທີ 2 ພົບກັບ ທີມຊາດບູຖານ ໃນວັນທີ 24 ກັນຍາ 2023 ເວລາ 21:30 ໂມງ ທີ່ສະໜາມ King Fahd Sport city Stadium ( Al Taif ) ເພື່ອລຸ້ນເຂົ້າຮອບ ແລະ ຕ້ອງລຸ້ນເບິ່ງວ່າຄູ່ຂອງ ລີບັງ ກັບ ບູຖານ ຜົນການແຂ່ງຂັນຈະເປັນແນວໃດກ່ອນ.
ຂ່າວ: Larh Creators; ຮູບຈາກ: ສຕລ